ຄວາມໝາຍໝັ້ນໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ
ຕະຫຼອດໄລຍະຜ່ານມາ ສປປ ລາວ ໄດ້ກໍານົດນະໂຍບາຍ ແລະ ຖືເປັນບູລິມະສິດແຫ່ງຊາດໃນການລຶບລ້າງຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ, ຕັດສິນໃຈວາງຄາດໝາຍສູ້ຊົນ ແລະ ສຸມທຸກຄວາມພະຍາຍາມ ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຕັ້ງແຕ່ສຸມປີ 2000. ໃນການປະເມີນຂອງ ຄະນະກໍາມາທິການເພ່ືອນະໂຍບາຍການພັດທະນາຂອງ ອົງການ ສປຊ (CDP) ປີ 2018, ສປປ ລາວ ສາມາດຜ່ານເກນມາດຖານການປະເມີນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ 2 ໃນ 3 ຂອງເງື່ອນໄຂໄດ້ເປັນເທື່ອທໍາອິດ ແລະ ໃນປິ 2021 ສາມາດຜ່ານເກນມາດຖານການປະເມີນໄດ້ເປັນຄັ້ງທີ່ 2 ແລະ ບັນລຸໄດ້ທັງ 3 ເງື່ອນໄຂເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.
ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ ແລະ ວິກິດການຕ່າງໆທີ່ເກີດຂຶ້ນໃນພາກພື້ນໃນປັດຈຸບັນ ທີ່ໄດ້ສົ່ງຜົນກະທົບຕໍ່ສະພາບການພັດທະນາຂອງໂລກ, ລວມທັງ ສປປ ລາວ ອັນໄດ້ສ້າງຄວາມຫຍຸ້ງຍາກສັບສົນ ແລະ ເຮັດໃຫ້ການພັດທະນາດ້ານຕ່າງໆພົບກັບອຸປະສັກ ແລະ ກາຍເປັນບັນຫາທ້າທາຍໃນການຟື້ນຟູເສດຖະກິດ ແລະ ທ່ວງທ່າການພັດທະນາໃຫ້ແກ່ບັນດາປະເທດດ້ອຍພັດທະນາ. ບົນຈິດໃຈດັ່ງກ່າວ, ສະມັດຊາໃຫ່ຍ ອົງການ ສປຊ ຈຶ່ງໄດ້ຮັບຮອງເອົາຍັດຕິເລກທີ A/RES/76/8, ລົງວັນທີ 29 ພະຈິກ 2021 ຊຶ່ງໄດ້ຂະຫຍາຍໄລຍະເວລາຂ້າມຜ່ານອອກຈາກສະຖານະພາບດັ່ງກ່າວຈາກປົກກະຕິ 3 ປີ ອອກເປັນ 5 ປີ. ໝາຍຄວາມວ່າ ສປປ ລາວ ຈະມີເວລາເພື່ອກະກຽມຄວາມພ້ອມໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຮອດປີ 2026. ໃນໄລຍະດັ່ງກ່າວ, ອົງການ ສປຊ ຍັງໄດ້ກໍານົດໃຫ້ ສປປ ລາວ ຕ້ອງຮ່າງແຜນຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງຕົນ ແລະ ຈະມີການຕິດຕາມ ແລະ ທົບທວນຄືນອີກຄັ້ງໃນປີ 2024, ທັງນີ້ ກໍ່ເພື່ອຮັບປະກັນໃຫ້ແກ່ການອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງ ໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ກໍຄືຮັບປະກັນວ່າ ສປປ ລາວ ຈະບໍ່ກັບມາເປັນປະເທດດ້ອຍພັດທະນາຄືນອີກ. ສິ່ງທີ່ສຳຄັນ ອົງການສະຫະປະຊາຊາດ ແລະ ວົງຄະນະຍາດສາກົນ ຍັງມີພັນທະໃນການສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອປະເທດເຫຼົ່ານີ້ໃນຖານະທີ່ຍັງເປັນປະເທດດ້ອຍພັດທະນາໄປຈົນກວ່າຈະຖືກລຶບຊື່ອອກຈາກສະຖານະພາບດັ່ງກ່າວຢ່າງເປັນທາງການ.
ເຖິງແມ່ນວ່າຈະມີຄວາມຄືບໜ້າ ແລະ ມີຜົນສໍາເລັດໃນຊຸມປີຜ່ານມາ, ແຕ່ ສປປ ລາວ ກໍ່ອາດຈະປະເຊີນກັບບັນດາສິ່ງທ້າທາຍ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດຢ່າງຫຼີກລຽງບໍ່ໄດ້, ເຊັ່ນ: ການສູນເສຍບາງສິດທິພິເສດດ້ານການຄ້າສໍາລັບປະເທດດ້ອຍພັດທະນາ, ການເຂົ້າເຖິງທຶນຊ່ວຍເຫຼືອລ້າ ແລະເງິນກູ້ຢືມທີ່ມີອັດຕາດອກເບ້ຍຕໍ່າ, ການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ທີ່ຫຼຸດລົງ ແລະ ການສະໜັບສະໜູນທຶນສໍາລັບການເຂົ້າຮ່ວມກອງປະຊຸມສາກົນ. ພ້ອມກັນນັ້ນ, ອັດຕາເພດານການຈ່າຍເງິນພັນທະປະ ກອບສ່ວນໃຫ້ແກ່ ອົງການ ສປຊ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ ສປປ ລາວ ເປັນພາຄີກໍ່ຈະມີການເພີ່ມຂຶ້ນໃນອະນາຄົດ.
ໂດຍຮັບຮູ້ສະພາບເງື່ອນໄຂດັ່ງກ່າວ, ພັກ, ລັດຖະບານ ແລະ ທົ່ວປວງຊົນລາວທັງຊາດ ຍັງສືບຕໍ່ຄວາມໝາຍໝັ້ນ ແລະ ເດັດດ່ຽວ, ພ້ອມກັນຮັດແໜ້ນຄວາມເປັນເຈົ້າການ ແລະ ເພີ່ມທະວີການເພິ່ງໂຕເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນທຸກດ້ານໃນຊຸມປີຕໍ່ໜ້າ, ເປັນຕົ້ນແມ່ນການກະກຽມຄວາມພ້ອມທາງດ້ານພື້ນຖານໂຄງລ່າງເສດຖະກິດຂອງປະເທດ, ການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ການຍົກສູງຄວາມອາດສາມາດ ແລະ ສະມັດຖະພາບດ້ານການຜະລິດພາຍໃນ ເພື່ອເພີ່ມຄວາມສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ. ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຈະຊ່ວຍເຮັດໃຫ້ຖານະບົດບາດ ແລະ ອິດທິພົນຂອງ ສປປ ລາວ ພົ້ນເດັ່ນຂຶ້ນໃນເວທີສາກົນ ລວມທັງບົດບາດໃນເວທີການເມືອງໂລກ, ໃນດ້ານການຄ້າ ແລະ ການເຊື່ອມໂຍງເສດຖະກິດກັບພາກກພື້ນ ແລະ ສາກົນ ກໍ່ຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນຕ່າງປະເທດ ໃຫ້ມີຄວາມສົນໃຈເຂົ້າມາລົງທຶນຢູ່ປະເທດເຮົາຫຼາຍຂຶ້ນ ອັນຈະເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ການສ້າງໂອກາດໃຫ້ສາມາດເຂົ້າເຖິງແຫຼ່ງທືນໃໝ່ໆໄດ້ ແລະ ຈະປະກອບສ່ວນເຂົ້າໃນການກະຕຸກຊຸກຍູ້ເສດຖະກິດຂອງປະເທດເຮົາໃຫ້ສືບຕໍ່ຂະຫຍາຍຕົວຢ່າງມີຄຸນນະພາບຕາມທິດຍືນຍົງ ແລະ ສີຂຽວ.
ບົນຈິດໃຈດັ່ງກ່າວ, ລັດຖະບານ ຈຶ່ງໄດ້ສ້າງ ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ຫຼັງປີ 2026 (The Lao PDR Smooth Transition Strategy for LDC Graduation in 2026 and beyond) ຂື້ນ ໂດຍຮ່ວມມືກັບ ອົງການ ສປຊ ແລະ ຄູ່ຮ່ວມພັດທະນາ ເຊິ່ງມີເປົ້າໝາຍເພື່ອກຽມຄວາມພ້ອມທີ່ດີ ໃຫ້ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ (Smooth, Quality and Sustainable Graduation) ແລະ ບໍ່ຕົກກັບມາຢູ່ໃນສະຖານະພາບເກົ່າອີກ, ເຊິ່ງນັ້ນກໍລວມເຖິງ ການສືບຕໍ່ໄດ້ຮັບການສະໜັບສະໜູນຈາກສາກົນທີ່ເພີ່ມຂຶ້ນ ເພື່ອຕອບສະໜອງຕາມຄວາມຕ້ອງການດ້ານການພັດທະນາດ້ວຍ ການກຳນົດບັນດາບຸລິມະສິດດ້ານການລົງທຶນ ແລະ ການສ້າງຄວາມອາດສາມາດຕ່າງໆແຕ່ນີ້ຮອດປີ 2026, ຄຽງຄູ່ກັບການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ. ສະນັ້ນ, ແຜນຍຸດທະສາດນີ້ແມ່ນຍຸດທະສາດທີ່ຮັບໃຊ້ເປົ້າໝາຍໄລຍະຍາວຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ລວມທັງວິໄສທັດດ້ານການພັດທະນາພາຍຫຼັງການຫຼຸດພົ້ນ. ເວົ້າສະເພາະແມ່ນແນ່ໃສ່ເລັ່ງລັດຄວາມຄືບໜ້າທາງດ້ານການພັດທະນາຂອງ ສປປ ລາວ ຕາມທິດທາງເຕີບໂຕທີ່ມີຄຸນນະພາບ, ມີຈຸດສຸມ, ສີຂຽວ ແລະ ຍືນຍົງ. ສະນັ້ນ, ແຜນຍຸດທະສາດການຂ້າມຜ່ານດັ່ງກ່າວນີ້ ແມ່ນໄດ້ຮີບໂຮມເອົາບັນດາບູລິມະສິດຂອງແຕ່ລະຂະແໜງການທີ່ມີຢູ່ແລ້ວ ແລະ ໄດ້ຄັດຈ້ອນເອົາໜ້າວຽກທີ່ຈໍາເປັນ ແລະ ສອດຄ່ອງກັບໄລຍະການຂ້າມຜ່ານທີ່ກໍານົດໂດຍ ອົງການ ສປຊ ກ່ອນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໂດຍໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງທາງດ້ານການເງິນ, ເສດຖະກິດມະຫາພາກ, ດ້ານສັງຄົມ ແລະ ດ້ານສິ່ງແວດລ້ອມ ແລະ ການຮັບມືກັບໄພພິບັດ.
ສຳລັບ ສປປ ລາວ, ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານ, ແລະ ການຜ່ານເກນການປະເມີນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນໄລຍະທີ່ຜ່ານມາສະແດງເຖິງຄວາມໝາຍໝັ້ນອັນໜັກແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍວາລະສາກົນ. ເຖິງຢ່າງໃດກໍ່ຕາມ, ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ກໍ່ບໍ່ໄດ້ໝາຍຄວາມວ່າ ພາລະກິດໃນການລຶບລ້າງຄວາມທຸກຍາກຈະສິ້ນສຸດລົງ ແລະ ກໍ່ບໍ່ໄດ້ໝາຍຄວາມວ່າທຸກຄົນໃນຊາດຈະຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດ ແລະ ຂີດໝາຍທີ່ສໍາຄັນຍິ່ງໃນຂະບວນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ພາຍໃຕ້ການນໍາພາຊີ້ນຳຂອງ ພັກ ແລະ ລັດຖະບານແຫ່ງ ສປປ ລາວ.
ມາຮອດປັດຈຸບັນ, ການປະເມີນຮອບວຽນສາມປີຂອງ ຄະນະກໍາມາທິການເພ່ືອນະໂຍບາຍການພັດທະນາຂອງ ອົງການ ສປຊ ໃນປີ 2024, ສປປ ລາວ ຍັງສາມາດສືບຕໍ່ຜ່ານເກນມາດຖານການປະເມີນໄດ້ທັງ 3 ເງື່ອນໄຂເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ຊຶ່ງໝາຍຄວາມວ່າ ສປປ ລາວ ຍັງຢູ່ໃນທວງທ່າການພັດທະນາໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາພາຍໃນປີ 2026 ຕາມທີ່ວາງແຜນໄວ້.
Source: CDP (2024 Triennial Review)
ຮູບທີ 2 - ປີ 2024, ສປປ ລາວ ມີຕົວເລກ ດັດສະນີຊັບພະຍາກອນມະນຸດ (HAI) ແມ່ນ 74.8
Source: CDP (2024 Triennial Review)
ຮູບທີ 3 - ປີ 2024, ສປປ ລາວ ມີຕົວເລກ ດັດສະນີຄວາມບອບບາງທາງດ້ານເສດຖະກິດ (EVI) ແມ່ນ 29.8
Source: CDP (2024 Triennial Review)