ການສະເໜີກ່ຽວກັບ ລະເບີດບໍ່ທັນແຕກ (ລບຕ)

ສະພາບຕົວຈິງຂອງລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຕົວເລກສະຖິຕິ

  • ສປປ ລາວ ເປັນປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກ ລບຕ, ທຽບໃສ່ຫົວຄົນໃນປະຫວັດສາດ.
  • ໝູ່ບ້ານທີ່ທຸກຍາກສ່ວນໃຫຍ່ແມ່ນໄດ້ຮັບຜົນກະທົບຈາກ ລບຕ.
  • 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຈາກ ລບຕ.
  • ລະເບີດຫຼາຍກວ່າ 2 ລ້ານໂຕ້ນ ໄດ້ຖິ້ມລົງໃສ່ແຜ່ນດິນຂອງ ສປປ ລາວ ໃນລະຫວ່າງປີ 1964 ຫາ 1973.
  • ມີຖ້ຽວບິນຖິ້ມລະເບີດໃສ່ ສປປ ລາວຈຳນວນ 580,000 ຖ້ຽວ.
  • ລະເບີດລູກຫວ່ານ ແມ່ນມີຫຼາຍທີ່ສຸດຂອງຈຳນວນ ລບຕ ທີ່ພົບເຫັນ ແລະ ຍັງຕົກຄ້າງຢູ່ ສປປ ລາວ.
  • ລະເບີດລູກຫວ່ານ ຫຼາຍກວ່າ 270 ລ້ານໜ່ວຍ ໄດ້ຫວ່ານລົງ ໃສ່ຜືນແຜ່ນດິນຂອງ ສປປ ລາວ.
  • ຄາດຄະເນ 30% ຍັງບ່ໍທັນ ແຕກ.
  • ພາຍຫຼັງສົງຄາມສີ້ນສຸດລົງ ລະເບີດລູກຫວ່ານ ປະມານ 80 ລ້ານໜ່ວຍ ແມ່ນຍັງບໍ່ທັນແຕກຕົກຄ້າງຢູ່ ສປປ ລາວ.
  • ນັບແຕ່ປີ 1964 ມີປະຊາຊົນບັນດາເຜົ່າຫຼາຍກວ່າ 50,000 ຄົນ ໄດ້ເສຍຊີວິດ ແລະ ຮັບບາດເຈັບຈາກ ລບຕ.
  • ໃນທົດສະຫວັດທີ່ຜ່ານມານີ້ (2011-2023), ມີຜູ້ບາດເຈັບຈາກ ລບຕ ປະມານ 440 ຄົນທີ່ໄດ້ຮັບການລາຍງານ ຊຶ່ງໃນນັ້ນເສຍຊີວິດ 114 ຄົນ (ກວມເອົາ 25,9 ເປີເຊັນຂອງຜູ້ໄດ້ຮັບບາດເຈັບ).
  • ໃນທົດສະຫວັດດຽວກັນ, ຫຼາຍກວ່າ 48 ເປີເຊັນຂອງຜູ້ບາດເຈັບຈາກ ລບຕ ເປັນເດັກນ້ອຍ (ຕ່ຳກວ່າ 18 ປີ).

ລະເບີດບໍ່ທັນແຕກແມ່ນຫຍັງ?

    ລະເບີດບໍ່ທັນແຕກ ຫຼື ລບຕ ແມ່ນອາວຸດທີ່ຍັງບໍ່ທັນແຕກ ໃນເວລາຖືກຍິງອອກ, ຕົກລົງ ຫຼື ຟົ້ງອອກ ແມ່ນຍັງມີ ຄວາມສ່ຽງທີ່ຈະລະເບີດຂຶ້ນໄດ້ທຸກເວລາ. ການຕົກຄ້າງ ຂອງ ລບຕ ຢູ່ໃນ ສປປ ລາວ ປະກອບມີ ລະເບີດບົມໃຫຍ່, ລູກຈະຫຼວດ, ໝາກແຕກ, ລູກປືນໃຫຍ່, ລູກປຶນຄົກ, ລະເບີດຝັງດິນ ແລະ ລະເບີດລູກຫວ່ານ.
    ລະເບີດລູກຫວ່ານ ແມ່ນອາວຸດທີ່ປະກອບດ້ວຍຮາງກະປາງ ແລະ ອອກແບບເພື່ອແຈກ ຫຼື ປົດປ່ອຍລະເບີດລູກ ຫວ່ານນ້ອຍອອກມາ, ຊຶ່ງແຕ່ລະໜ່ວຍ ໜັກບໍ່ເກີນ 20 ກິໂລກຣາມ. ບັນດາລະເບີດລູກຫວ່ານນ້ອຍໆເຫຼົ່ານີ້ ແມ່ນເປັນທີ່ຮູ້ຈັກກັນດີຢູ່ໃນ ສປປ ລາວ ທີ່ເອີ້ນກັນວ່າ ”ລະເບີດ ລູກຫວ່ານ ຫຼື ບົມບີ” ຈະຖືກຖີ້ມລົງຈາກຍົນຢູ່ໃນລະດັບ ທີ່ກໍານົດໄວ້ ແລະ ຈະຍູ້ສະເດັນລະເບີດລູກຫວ່ານອອກ ຫວ່ານເປັນພື້ນທີ່ວົງກວ້າງ. ບັນດາລະເບີດລູກຫວ່ານທີ່ຖີ້ມ ລົງໃສ່ ສປປ ລາວ ມີອັດຕາພາດບໍ່ແຕກສູງປະມານ 30% ແລະ ຍັງຕົກຄ້າງຢູ່ຕາມແຜນດິນຂອງ ສປປ ລາວ. ເມື່ອໃດ ທີ່ພວກມັນຖືກແຕະຕ້ອງ ແລະ ຖືກລົບກວນ ແມ່ນຍັງສາ ມາດແຕກຂຶ້ນໄດ້ທຸກເວລາ ເຖິງແມ່ນວ່າ ເວລາຈະຜ່ານໄປ ຫຼາຍທົດສະວັດແລ້ວກໍ່ຕາມ ໂດຍຈະສົ່ງຜົນກະທົບໃຫ້ປະຊາຊົນຖືກບາດເຈັບ ແລະ ເສຍຊີວິດໄດ້ ໃນເວລາທີ່ກໍາລັງ ເຮັດກິດຈະກໍາປະຈໍາວັນ.
    ປະຈຸບັນນີ້, ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ຖືກກະ ທົບຈາກລະເບີດລູກຫວ່ານຮ້າຍແຮງກວ່າໝູ່ໃນໂລກ, ໂດຍ 25% ຂອງ 10,000 ບ້ານໃນທົ່ວປະເທດມີການຕົກຄ້າງ ຈາກບັນດາອາວຸດເຫຼົ່ານີ້. ຕະຫຼອດໄລຍະເວລາ 9 ປີ, ມີລະ ເບີດລູກຫວ່ານກວ່າ 270 ລ້ານໜ່ວຍ ໄດ້ຖືກຖິ້ມລົງໃສ່ຜືນ ແຜ່ນດິນຂອງ ສປປ ລາວ, ສາມາດຄາດກະໄດ້ວ່າ ປະມານ 80 ລ້ານໜ່ວຍ ຍັງບໍ່ທັນແຕກ ແລະ ຕົກຄ້າງຢູ່ໃນສະພາບ ທີ່ສາມາດລະເບີດຂຶ້ນໄດ້ ແລະຍັງຢັ່ງຢາຍໃນທົ່ວປະເທດ. ນອກນັ້ນ, ຍັງມີບົມໃຫຍ່ຫຼາຍກວ່າສີ່ລ້ານໜ່ວຍ ທີ່ຖືກຖິ້ມລົງ ໃນສະໜາມຮົບອັນກວ້າງໃຫຍ່ ແລະ ຍັງເຊື່ອງຊ້ອນຢູ່ຕາມ ພູມລຳເນົາຕ່າງໆຂອງປະເທດ.

ຜົນກະທົບຂອງ ລບຕ ໃນ ສປປ ລາວ

    ລະເບີດບໍ່ທັນແຕກເປັນໄພຂົ່ມຂູ່ຕໍ່ຊີວິດ, ສິດເສລີພາບໃນການເຄື່ອນຍ້າຍ, ການຈຳກັດການເຂົ້າເຖິງທີ່ດິນປູກຝັງ,ເຮັດໃຫ້ປະຊາຄົມບໍ່ມີສິດເສລິພາບ ແລະ ສິ່ງທີ່ສຳຄັນກວ່ານັ້ນແມ່ນເຮັດໃຫ້ເກີດຄວາມຢ້ານກົວ ແລະ ຄວາມບໍ່ໝັ້ນຄົງ. ປະຊາກອນທີ່ມີຄວາມສ່ຽງເປັນກຸ່ມທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ.
    ລະເບີດທີ່ຍັງເຫຼືອແຕ່ປາງສົງຄາມ ໄດ້ບີບໃຫ້ຄົນລຸ່ນຫຼັງໃນ ສປປ ລາວ ຕ້ອງປັບໂຕ ເພື່ອຫຼີກລ່ຽງໄພອັນຕະລາຍຈາກ ລບຕ. ເຊັ່ນດຽວກັນ, ລະເບີດທີ່ຕົກຄ້າງແຕ່ປາງສົງຄາມໄດ້ເຮັດໃຫ້ປະຊາຊົນລາວລຸ້ນຫຼັງຕ້ອງປ່ຽນແປງ ແລະ ປັບຕົວ ເພື່ອຫຼີກລ່ຽງໄພຂົ່ມຂູ່ຈາກ ລບຕ.ເຖິງແມ່ນວ່າສົງຄາມໄດ້ສິ້ນສຸດລົງແຕ່ປີ 1973 ແຕ່ຍັງມີສິ້ນສ່ວນທີ່ຍັງຫລົງເຫຼຼືອທີ່ໄດ້ຕົກຄ້າງ.
    ຄວາມສ່ຽງຈາກ ລບຕ ບໍ່ໄດ້ຈຳແນກວ່າຢູ່ໃສ ແຕ່ມັນຢູ່ທຸກບ່ອນ ແລະ ບໍ່ຈຳກັດວ່າຈະເປັນແມ່ຍິງ, ຜູ້ຊາຍ, ເດັກຊາຍ ແລະ ເດັກຍິງ ໃນດ້ານຄວາມຮັບຜິດຊອບ, ການເຄື່ອນໄຫວ, ການເຂົ້າເຖິງ ແລະ ການຄວບຄຸມຊັບພະຍາກອນ, ແລະ ໂອກາດໃນການຕັດສິນໃຈ. ດັ່ງທີ່ກ່າວມານັ້ນ, ເຖິງແມ່ນວ່າທຸກຄົນໃນຊຸມຊົນຈະຕ້ອງປະສົບກັບໄພອັນຕະລາຍແບບດຽວກັນທີ່ເກີດຈາກ ລບຕ, ຄົນທີ່ມີຊ່ອງຫວ່າງແຕກຕ່າງກັນ ກໍປະສົບກັບຄວາມສ່ຽງຈາກ ລບຕ ໃນວິທີທີ່ແຕກຕ່າງກັນ.