Slide
Slide

ກອງປະຊຸມປຶກສາຫາລືຫຼາຍຝ່າຍ ກ່ຽວກັບການປະເມີນຂອບການຮ່ວມມື 2022-2026 ແລະ ບົດວິເຄາະການຈັດຕັ້ງປະຕິບັດ ໃນ ສປປ ລາວ, ວັນທີ 14 ຕຸລາ 2025, ທີ່ ໂຮງແຮມ ອຳມາຣີ, ນະຄອນຫຼວງວຽງຈັນ
ວັນທີ: 17/10/2025

​ໃນວັນທີ 14 ຕຸລາ 2025 ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການ ຜູ້ປະສານງານ ອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືຫຼາຍຝ່າຍ ກ່ຽວກັບການປະເມີນຂອບການຮ່ວມມື 2022-2026 ແລະ ບົດວິເຄາະການຈັດຕັ້ງປະຕິບັດໃນ ສປປ ລາວ ໂດຍການເປັນປະທານຮ່ວມ ຂອງ ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ ແລະ ທ່ານ Bakhodir Burkhanov, ຜູ້ປະສານງານ ອົງການ ສປຊ ປະຈຳ ສປປ ລາວ, ເຊິ່ງມີຜູ້ຕາງໜ້າເຂົ້າຮ່ວມ ຫຼາຍກ່ວາ 70 ທ່ານ ຈາກ ບັນດາກະຊວງ, ອົງການທຽບເທົ່າ ກະຊວງທີ່ກ່ຽວຂ້ອງ, ບັນດາອົງການເຄືອຂ່າຍ ສປຊ, ອົງການບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ.
​ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອທົບທວນຄືນຜົນສຳເລັດ, ສິ່ງທ້າທາຍ ແລະ ກາລະໂອກາດ ໃນການ ຈັດຕັ້ງປະຕິບັດຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ອົງການ ສປຊ (Lao PDR-UNSDCF) ໄລຍະປີ 2022-2026 ພ້ອມທັງກະກຽມການຮ່າງແຜນການຮ່ວມມື ສົກປີ 2027-2031 ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຂອບການຮ່ວມມືດັ່ງກ່າວ ທີ່ເປັນກົນໄກສຳຄັນໃນການຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ບັນດາແຜນພັດທະນາ ຂອງ ລັດຖະບານ ໃຫ້ສຳເລັດຕາມຄາດໝາຍໂດຍສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ວາລະ 2030 ເພື່ອຮັບປະກັນການກະກຽມອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ໄດ້ຢ່າງໂລ່ງລຽນ, ມີຄຸນນະພາບ ແລະ ຍືນຍົງ. ພ້ອມນັ້ນ, ໃນກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ປະກອບຄຳເຫັນກ່ຽວກັບບົດວິເຄາະການ ຈັດຕັ້ງປະຕິບັດ ຕາມແຜນວຽກຂອບການຮ່ວມມືດັ່ງກ່າວ ໃນ ສປປ ລາວ ປະຈຳປີ 2025 ເຊິ່ງໄດ້ກຳນົດບັນດາ ສິ່ງທ້າທາຍ ແລະ ຍົກໃຫ້ເຫັນແຜນວາດການຮ່ວມມືໃນອະນາຄົດ.
​ທ່ານ ນາງ ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ປະທານກອງປະຊຸມ ໄດ້ສະແດງຄວາມ ຊົມເຊີຍຕໍ່ການຈັດຕັ້ງປະຕິບັດແຜນງານການຮ່ວມມື ລະຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ ເຊິ່ງສອດຄ່ອງ ໂດຍກົງກັບການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX ແລະ ແຜນຍຸດທະສາດ ການຂ້າມຜ່ານ ຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ (LDC) ໃນປີ 2026 ເຊິ່ງຜົນສຳເລັດ ອັນພົ້ນເດັ່ນສະແດງອອກຄື: ດ້ານສຸຂະພາບ, ການສຶກສາ, ໂພຊະນາການ, ການປົກຄອງ, ແລະ ວຽກງານດ້ານການ ສົ່ງເສີມສິ່ງແວດລ້ອມ ແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນ​ເປັນ​ກ້າວ​ໆ. ສິ່ງດັ່ງກ່າວ, ລ້ວນແລ້ວແຕ່ເປັນການຢັ້ງຢືນ ເຖິງການຮ່ວມມືທີ່ມີປະສິດທິພາບ ແລະ ປະສິດທິຜົນ ລະຫວ່າງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ຕະຫຼອດໄລຍະ ທີ່ຜ່ານມາ.
​ທ່ານ Bakhodir Burkhanov, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໄດ້ເນັ້ນຢໍ້າວ່າ ຂອບວຽກ ການຮ່ວມມື Lao PDR-UNSDCF 2022-2026 ມີບົດບາດສໍາຄັນໃນການສ້າງຄູ່ຮ່ວມມືພາກລັດຂອງ ສປປ ລາວ ແລະ ຄູ່ຮ່ວມມືຈາກສາກົນ ກໍ່ຄື ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເພື່ອເຮັດວຽກຮ່ວມກັນ ຢ່າງມີວິໄສທັດ ແລະ ແຜນງານໃນທິດທາງດຽວກັນ. ມາຮອດປະຈຸບັນ ການປະເມີນຂອບການຮ່ວມມື ສົກປີ 2022-2026 ແມ່ນ ຢູ່ໃນໄລຍະທ້າຍສະໄໝ ເຊິ່ງກວມເອົາ 2 ບົດລາຍງານຫຼັກຄື: 1.  ບົດປະເມີນຂອບການຮ່ວມມື ເຊິ່ງເປັນການວັດແທກ ດ້ານປະສິດທິພາບ ແລະ ປະສິດທິຜົນຂອບການຮ່ວມມືໄລຍະຜ່ານມາ ລວມທັງບັນດາສິ່ງທ້າທາຍ ແລະ ຂໍ້ຄົງຄ້າງ ຕ່າງໆ ທີ່ຕິດພັນກັບການພັດທະນາແບບຍືນຍົງ ຂອງ ສປປ ລາວ ແລະ ດັດປັບໃຫ້ແທດເໝາະກັບຄວາມຮຽກຮ້ອງ ຕ້ອງການຕົວຈິງ ກໍ່ຄືແຜນບູລິມະສິດ ປະຈຳປີ ຂອງຂະແໜງການຂອງລັດ ແນໃສ່ການຈັດຕັ້ງປະຕິບັດ ໃຫ້ເກີດຜົນ ປະໂຫຍດສູງສຸດ  ແລະ 2. ການຮ່າງບົດວິເຄາະການຈັດຕັ້ງປະຕິບັດ ໃນ ສປປ ລາວ ແນໃສ່ການຖອດຖອນບົດຮຽນ ແລະ ສືບຕໍ່ຮ່າງແຜນຂອບການຮ່ວມມືໃນຕໍ່ໜ້າ ປີ 2027-2031 ໃຫ້ສົມຄູ່ກັບສະພາບປະຈຸບັນ ກ້າວໄປສູ່ການ ກະກຽມໃຫ້ແກ່ ສປປ ລາວ ອອກຈາກສະຖານະພາບດ້ອຍພັດທະນາ.