Slide
Slide
Slide

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມເວທີປຶກສາຫາລື ກ່ຽວກັບ ຂໍ້ລິເລີ່ມວ່າດ້ວຍການຮ່ວມມື ແລະ ສົ່ງເສີມການລົງທຶນດ້ານກະສິກໍາ ໃນລະດັບສາກົນ
ວັນທີ: 17/10/2025

ໃນລະຫວ່າງວັນທີ 14-17 ຕຸລາ 2025, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມເວທີປຶກສາຫາລື ກ່ຽວກັບ ຂໍ້ລິເລີ່ມວ່າດ້ວຍການສົ່ງເສີມການລົງທຶນດ້ານກະສິກໍາ ໃນລະດັບສາກົນ (World Food Forum and Hand-in-Hand Initiative Investment Forum 2025), ຈັດຂຶ້ນທີ່ ສໍານັກງານໃຫຍ່ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (Food and Agriculture Organisation of the United Nations ຫຼື FAO), ນະຄອນຫຼວງ ໂຣມ, ປະເທດ ອີຕາລີ. ເຂົ້າຮ່ວມໃນກອງປະຊຸມໃນປີນີ້ ມີຄະນະຜູ້ແທນລະດັບສູງ ຈາກປະເທດສະມາຊິກ ອົງການ ສປຊ, ບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ທີ່ເຮັດວຽກໃນຂະແໜງກະສິກໍາ. ຈຸດປະສົງຕົ້ນຕໍ ແມ່ນເພື່ອສົ່ງເສີມການຮ່ວມມື ລະຫວ່າງ ພາກລັດ, ເອກະຊົນ ແລະ ຄູ່ຮ່ວມພັດທະນາ ແນໃສ່ການຫັນປ່ຽນດ້ານການພັດທະນາກະສິກໍາ ໃຫ້ມີຄວາມທັນສະໄໝ ເພື່ອສາມາດຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ໃນທົ່ວໂລກ. 
ໃນໂອກາດດັ່ງກ່າວ, ຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ນໍາສະເໜີນະໂຍບາຍການຮ່ວມມືສາກົນ ແລະ ການສົ່ງເສີມການລົງທຶນຂອງຕ່າງປະເທດ ໂດຍສະເພາະ ໃນຂະແໜງກະສິກໍາຢູ່ ສປປ ລາວ, ຍຸດທະສາດການເຕີບໂຕແບບສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງ ສປປ ລາວ ມີທ່າແຮງບົ່ມຊ້ອນໃນຫລາຍດ້ານ. ຫຼັງຈາກນັ້ນ, ໄດ້ເປີດເວທີຮ່ວມສົນທະນາ ໂດຍເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມ ສະເໜີຄໍາຄິດເຫັນ ແລະ ຕັ້ງຄໍາຖາມເຈາະຈີ້ມ ໃນບັນຫາທີ່ເຂົາເຈົ້າມີຄວາມສົນໃຈ ໂດຍສະເພາະ ຕໍ່ນະໂຍບາຍເພື່ອອໍານວຍຄວາມສະດວກໃນດ້ານຕ່າງໆສໍາລັບການລົງທຶນໃນຂະແໜງກະສິກໍາ ຢູ່ ສປປ ລາວ ໂດຍອີງໃສ່ບັນດາປັດໃຈພື້ນຖານ ທີ່ເປັນອົງປະກອບສໍາຄັນ ໃນການຂັບເຂື່ອນການຈະເລີນເຕີບໂຕດ້ານເສດຖະກິດຂອງ ສປປ ລາວ. 
ລັດຖະບານ ສປປ ລາວ ໄດ້ກໍານົດວິໄສທັດດ້ານກະສິກໍາ ແລະ ສິ່ງແວດລ້ອມ ເພື່ອຊຸກຍູ້ການພັດທະນາແບບສີຂຽວ, ສາມາດຕ້ານທານ, ທັງເປັນມິດກັບສິ່ງແວດລ້ອມ ແລະ ສາມາດແຂ່ງຂັນໄດ້ ໃນລະດັບພາກພື້ນ ແລະ ສາກົນ, ຊຶ່ງເປັນການປະກອບສ່ວນເຂົ້າໃນຄວາມພະຍາຍາມເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການພັດທະນາແບບຍືນຍົງ. ໃນຜ່ານມາ ບັນດາທ່າແຮງບົ່ມຊ້ອນ ທີ່ ສປປ ລາວ ມີຢູ່ແມ່ນຍັງບໍ່ທັນໄດ້ນໍາໃຊ້ເຂົ້າໃນການພັດທະນາຂົງເຂດກະສິກໍາທັນສະໄຫມຢ່າງເຕັມສ່ວນ ເນື່ອງຈາກຂໍ້ຈໍາກັດທາງດ້ານເຕັກນິກວິຊາການ, ເຕັກໂນໂລຊີ, ພື້ນຖານໂຄງລ່າງຊົນນະບົດ, ຜົນກະທົບຈາກໄພພິບັດ ແລະ ຈາກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ຫຼາຍພື້ນທີ່ກະສິກໍາໃນທົ່ວປະເທດ, ຊຶ່ງ ລັດຖະບານລາວ ຮ່ວມກັບຄູ່ຮ່ວມພັດທະນາ ພວມສືບຕໍ່ສຸມໃສ່ແກ້ໄຂເພື່ອໃຫ້ສາມາດນໍາໃຊ້ພື້ນທີ່ກະສິກໍາທີ່ຍັງບໍ່ທັນໄດ້ບຸກເບີກໄດ້ຫຼາຍຂຶ້ນ. ເພື່ອສົ່ງເສີມການພັດທະນາດ້ານກະສິກໍາ, ລັດຖະບານ ໄດ້ວາງຍຸດທະສາດ ແລະ ປັບປຸງນິຕິກໍາຫຼາຍສະບັບ ເຊັ່ນ: ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ການພັດທະນາທີ່ດິນກະສິກໍາຮອດປີ 2030, ຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຮອດປີ 2030 ແລະ ຍຸດທະສາດການພັດທະນາກະສິກໍາ ແລະ ສິ່ງແວດລ້ອມ 2026-2035 ແລະ ອຶ່ນໆ. ເພື່ອຂະຫຍາຍຕະຫລາດສົ່ງອອກສິນຄ້າກະສິກໍາທີ່ຜະລິດໃນລາວ, ລັດຖະບານ ໄດ້ຈັດຕັ້ງປະຕິບັດຫຼາຍໂຄງການເພື່ອການເຊື່ອມໂຍງ-ເຊື່ອມຈອດ ເປັນຕົ້ນ: ສໍາເລັດໂຄງການເສັ້ນທາງລົດໄຟລາວ-ຈີນ ແລະ ໂຄງການນໍາໃຊ້ ທ່າເຮືອ ຫວຸງອ່າງ ຢູ່ ສສ. ຫວຽດນາມ ແລະ ອື່ນໆ, ແນໃສ່ເພື່ອຫັນປ່ຽນ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນ ປະເທດເຊື່ອມຈອດໃນພາກພື້ນ. 
ໃນໂອກາດນີ້, ໄດ້ເຊີນຊວນໃຫ້ບັນດາຄູ່ຮ່ວມພັດທະນາ ແລະ ພາກທຸລະກິດສາກົນ ໄປສຶກສາເບິ່ງຄວາມເປັນໄປໄດ້ຕົວຈິງ ໃນການລົງທຶນດ້ານພື້ນຖານໂຄງລ່າງກະສິກໍາ, ລະບົບຊົນລະປະທານ, ພັດທະນາຊົນນະບົດ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ຊາວກະສິກອນ ໃນການຜະລິດເປັນສິນຄ້າ ໂດຍຜ່ານການຖ່າຍຖອດຄວາມຮູ້, ການນໍາໃຊ້ເຕັກໂນໂລຊີທັນສະໄໝ, ລວມທັງ ການຂະຫຍາຍຕະຫຼາດໄປສູ່ບັນດາປະເທດ ອາຊຽນ ແລະ ພາກພື້ນອື່ນ ໃຫ້ຫຼາຍຂຶ້ນ. ໃນໂອກາດເຂົ້າຮ່ວມເວທີປຶກສາຫາລືສາກົນໃນຄັ້ງນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມຫຼາຍກອງປະຊຸມປິ່ນອ້ອມ ແລະ ພົບປະກັບບໍລິສັດເອກະຊົນຂອງເອີຣົບ ແລະ ອາຊີ ທີ່ມີຄວາມສົນໃຈຢາກໄປລົງທຶນດ້ານກະສິກໍາ ຢູ່ ສປປ ລາວ ໃນອະນາຄົດ.
ຂໍ້ລິເລີ່ມ ວ່າດ້ວຍການສົ່ງເສີມການຮ່ວມມື ແລະ ການລົງທຶນດ້ານກະສິກໍາສາກົນ (Hand-in-Hand Initiative) ແມ່ນເລີ່ມຕົ້ນຂຶ້ນໃນປີ 2019 ແນໃສ່ເພື່ອສ້າງການຫັນປ່ຽນດ້ານການພັດທະນາກະສິກໍາ ແລະ ການພັດທະນາຊົນນະບົດແບບຍືນຍົງ, ຊຶ່ງກາຍເປັນເວທີສໍາຄັນ ໃຫ້ແກ່ບັນດາລັດຖະບານ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ສະຖາບັນການເງິນຕ່າງໆ ເພື່ອສະເໜີແຜນການລົງທຶນ, ແລກປ່ຽນບົດຮຽນ ແລະ ນະໂຍບາຍດ້ານການພັດທະນາກະສິກໍາ ແລະ ຊົນນະບົດ ເພື່ອຂະຫຍາຍການລົງທຶນເຂົ້າໃນຂະແໜງກະສິກໍາ ໃຫ້ສາມາດປະກອບສ່ວນໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.