Slide
Slide
Slide
Slide
Slide
Slide

ກອງປະຊຸມລະດັບສູງ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ ໄລຍະປີ 2022 - 2026
ວັນທີ: 24/10/2025

ໃນວັນທີ 21 ຕຸລາ 2025 ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານອົງການ ສະຫະປະຊາຊາດ (ສປຊ) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມລະດັບສູງ ຂອງ ຄະນະກໍາມະການຊີ້ນໍາຮ່ວມ (JSC) ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ສປຊ ໄລຍະປີ 2022-2026, ໂດຍການເປັນປະທານຮ່ວມ ຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບັກໂຮເດຍ ເບີຄະນ໋ອຟ (Bakhodir Burkhanov), ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ເຊິ່ງມີຜູ້ຕາງໜ້າ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ ຈາກ ບັນດາກະຊວງ, ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ.
ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອ ຮັບຮອງດ້ານຫຼັກການບົດລາຍງານການປະເມີນການຈັດຕັ້ງປະຕິບັດ ຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ, ສົກປີ 2022-2026; ນໍາສະເໜີບັນດາຄຳຕອບເປັນທາງການ ຂອງ ສປຊ ຕໍ່ບັນດາຂໍ້ສະເໜີ ທີ່ລະບຸໃນບົດປະເມີນຂອງຂອບການຮ່ວມມື; ແລະ ທົບທວນຄືນ ກ່ຽວກັບ ແຜນວຽກຮ່ວມ ປະຈຳປີ 2025 ແລະ ບູລິມະສິດ ສຳລັບປີ 2026. ພ້ອມກັນນັ້ນ, ໃນກອງປະຊຸມ ກໍໄດ້ມີການຮ່ວມກັນປຶກສາຫາລື ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຂອບການຮ່ວມມືດັ່ງກ່າວ ທີ່ເປັນກົນໄກສຳຄັນໃນການຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ບັນດາແຜນພັດທະນາ ຂອງ ລັດຖະບານ ໃຫ້ສຳເລັດຕາມຄາດໝາຍ ຄຽງຄູ່ກັບຄວາມສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ວາລະ 2030 ເພື່ອຮັບປະກັນການອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ຮັບປະກັນວ່າຈະບໍ່ກັບມາສະຖານະພາບເກົ່າອີກ.
         ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຮ່ວມກອງປະຊຸມ ໄດ້ຢໍ້າຄືນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມ ຂອງຄະນະກໍາມະການຊີ້ນໍາຮ່ວມ JSC, ເຊິ່ງນອກຈາກເປັນເວທີໃນການປຶກສາຫາລືແລ້ວ ກໍຍັງເປັນກົນໄກທີ່ສຳຄັນໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນງານການຮ່ວມມືຕ່າງໆ ລະຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ, ທີ່ໄດ້ໃຫ້ການສະໜັບສະໜູນ ໂດຍກົງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX, ທີ່ໄດ້ຮັບຮອງເອົາຂໍ້ກໍານົດແຜນວຽກຂອງຄະນະກໍາມະການ JSC ແລະ ກໍເຊື່ອໝັ້ນວ່າຈະສືບຕໍ່ໃນການສະໜັບສະໜູນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ X ເຊັ່ນກັນ. ພິເສດ, ປີນີ້ ແມ່ນເປັນປີຄົບຮອບ 70 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ແລະ ຄົບຮອບ 80 ປີ ຂອງການສ້າງຕັ້ງອົງການ ສປຊ ແລະ ການຮັບຮອງ ກົດບັດ ສປຊ. ສະນັ້ນ, ສປປ ລາວ ແລະ ບັນດາອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ຈະໄດ້ຮ່ວມກັນສະເຫລີມສະຫລອງສອງວັນສຳຄັນດັ່ງກ່າວຮ່ວມກັນ ດ້ວຍການຈັດກິດຈະກຳຕ່າງໆຂຶ້ນ ເປັນຕົ້ນ ການລົງເຜີຍແຜ່, ການຢ້ຽມຢາມ ຫລື ການພົບປະຂອງການນໍາຂັ້ນສູງ ສປປ ລາວ - ສປຊ.
ທ່ານ  ບັກໂຮເດຍ ເບີຄະນ໋ອຟ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ໄດ້ເນັ້ນຢໍ້າວ່າ ຄະນະກໍາມະການຊີ້ນໍາຮ່ວມ JSC ມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດຂອບວຽກການຮ່ວມມື Lao PDR-UNSDCF 2022-2026 ຮ່ວມກັບ ຄູ່ຮ່ວມມືພາກລັດຂອງ ສປປ ລາວ ແລະ ຄູ່ຮ່ວມມືຈາກສາກົນ ກໍຄື ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເພື່ອເຮັດວຽກຮ່ວມກັນ ຢ່າງມີວິໄສທັດ ແລະ ແຜນງານໃນທິດທາງດຽວກັນ. ກອງປະຊຸມດັ່ງກ່າວ ໄດ້ຮັບຮອງບົດລາຍງານການປະເມີນການຈັດຕັັ້ງປະຕິບັດ ຂອບວຽກການຮ່ວມມື; ຮັບຮອງຜົນຂອງການບໍລິຫານຄຸ້ມຄອງ ສປຊ ຢູ່ ສປປ ລາວ ແລະ ທົບທວນຄືນຜົນສຳເລັດຂອງການຮ່ວມມື ໃນໄລຍະ ໜຶ່ງປີທີ່ຜ່ານມາ ແລະ ຮ່ວມກັນວາງແຜນທິດທາງການຮ່ວມມືຂອງແຕ່ລະຂະແໜງການໃນຕໍ່ໜ້າ ຕາມແຜນການຮ່ວມມື ແລະ ດັດປັບໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ກໍຄືແຜນບຸລິມະສິດ ປະຈຳປີ ຂອງຂະແໜງ ການພາກລັດ ແນໃສ່ເພື່ອຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ ແລະ ເພື່ອຮັບປະກັນວ່າ “ພວກເຮົາພ້ອມກັນກ້າວໄປ (Leave no One Behind).
ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ສໍາເລັດລົງຢ່າງຈົບງາມ, ໂດຍຜ່ານການ ປຶກສາຫາລື ແຜນງານຈຸດສຸມການຮ່ວມມື ໃນ 04 ຂົງເຂດບຸລິມະສິດ ກໍຄືການເປັນຢູ່ທີ່ດີຂອງປະຊາຊົນ; ຄວາມຈະເລີນຮຸ່ງເຮືອງໂດຍລວມ; ການຄຸ້ມຄອງບໍລິຫານລັດ ແລະ ລັດແຫ່ງກົດໝາຍ; ແລະ ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ຄວາມສາມາດໃນການປັບຕົວ ເຊິ່ງຈະເປັນບ່ອນອີງສໍາຄັນໃນການສືບຕໍ່ຈັດຕັ້ງປະຕິບັດ ຂອບການຮ່ວມມື Lao PDR-UNSDCF 2022-2026  ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ໃນຕໍ່ໜ້າ.